Leot - Laos Educational Opportunities Trust

ກອງທຶນ​ໂອ​ກາດ​ທາງ​ການ​ສຶກສາ​ແກ່​ຊາວ​ໜຸ

 

 

   
Select language:

ຍິນດີຕ້ອນຮັບສູ່ ລີອອດ

ກອງທຶນການກຸສົນຂອງອັງກິດທີ່ໃຫ້ການຊ່ວຍເຫຼືອໄວໜຸ່ມທີ່ດ້ອຍໂອກາດໃນປະເທດລາວ ເພື່ອເຕີມເຕັມຄວາມອາດສາມາດຂອງພວກເຂົາ.

 

  • ສປປ ລາວ ເປັນປະເທດທີ່ບໍ່ມີພົມແດນຕິດກັບທະເລ, ມີຊາຍແດນຕິດກັບ ປະເທດໄທ, ຫວຽດນາມ, ກຳປູເຈຍ, ພະມ້າ ແລະ ສປ ຈີນ.
  • ລາວເປັນປະເທດທີ່ມີອຸດສາຫະຫຳໜ້ອຍ, ປະຊາກອນປະມານ 80% ແມ່ນຊາວກະສິກອນ,​ ອັດຕາ​ລາຍ​ຮັບ​ແມ່ນ​ຕ່ຳ ​ແລະ ອັດຕາ​ກືກໜັງສື​ຍັງ​ສູງ. ​ໂອກາດ​ທາງ​ການ​ສຶກສາ​ແມ່ນ​ມີ​ຈຳກັດ ​ແລະ ຊາວ​ໜຸ່ມ​ສ່ວນ​ຫຼາຍ​ແມ່ນ​ໄດ້​ຮຽນ​ຮອດ​ແຕ່​ປະ​ຖົມ.
  • ສປປ ລາວ ຈັດ​ເປັນ​ປະ​ເທດ​ທີ່ 50 ຂອງ​ລາ​ຍຊື່ບັນດາປະ​ເທດ​ທີ່​ດ້ອຍ​ພັດທະນາ ຂອງ​ສະຫະ​ປະຊາ​ຊາດ.
  • ຫຼາຍ​ບ່ອນຂອງ​ປະ​ເທດ​ຍັງມີ​ຄວາມ​ສ່ຽງ​ກັບ​ລະ​ເບີ​ດທີ່​ຍັງ​ບໍ່​ທັນ​ແຕກຈາກ​ສົງ​ຄາມ​ຫວຽດນາມ.

ລີອອດ

  • ປະຈຸບັນໃຫ້ການສະໜັບສະໜູນນັກຮຽນ ຈຳນວນ 4 ຄົນ.
  • ໃນສົກຮຽນປີ 2008-09 ມີຄວາມຫວັງຈະໃຫ້ເພີ່ມຂຶ້ນເປັນ 12 ຄົນ.
  • ມີເປົ້າໝາຍເພື່ອຄັດເລືອກນັກຮຽນຈາກທຸກຊົນເຜົ່າ ແລະ ໃຫ້ສິດສະເໝີພາບຍິງຊາຍ.
  • ໃຫ້ການຊ່ວຍເຫຼືອໂດຍການ: ຈ່າຍຄ່າຮຽນ, ຄ່າອຸປະກອນການຮຽນ, ແລະ ກ້ອນທຶນນ້ອຍໃຫ້ແກ່ນັກຮຽນ ທີ່ຮຽນຢູ່ໄກຈາກບ້ານ.
  • ຕິດຕາມຄວາມກ້າວໜ້າທາງດ້ານການຮຽນ ແລະ ວິຊາການ.

ເຮັດໜ້າທີ່ເປັນຜູ້ປົກ ຄອງ ຫຼາຍກວ່າທີ່ຈະເປັນຜູ້ໃຫ້ການສະໜັບສະໜູນຢູ່ທາງໄກ.

ສຳລັບຂໍ້ມູນເພີ່ມເຕີມຂອງກອງທຶນແມ່ນສາມາດຊອກໄດ້ພາຍໃນເວບໄຂ້ນີ້. ພວກເຮົາຫວັງວ່າທ່ານຈະໃຊ້ເວລາ ສອງສາມນາທີ່ເຂົ້າຢ້ຽມຊົມ!

ຫາກທ່ານມີຄວາມປະສົງຈະສະໜັບສະໜູນກອງທຶນ ແລະ ເພື່ອຊ່ວຍໃຫ້ຊາວໜຸ່ມລາວບັນລຸ້ເປົ້າໝາຍຂອງພວກເຂົາ, ພວກເຮົາແມ່ນຍິນດີຕ້ອນຮັບທຸກການຊ່ວຍເຫຼືອ, ທາງການເງິນ ແລະ ອື່ນໆ ຕາມຄວາມສາມາດຂອງທ່ານ. ກະລຸນາພົວພັນຫາພວກເຮົາໄດ້ທີ່ info@leot.org.uk ສຳຫຼັບຂໍ້ມູນລະອຽດກ່ຽກັບວິທີການສະໜັບສະໜູນ ແມ່ນສາມາດເຂົ້າໄປທີ່ໜ້າ ສະໜັບສະໜູນ ແລະ ບໍລິຈາກ ເພື່ອບໍລິຈາກອ່ອນລາຍທີ່ປອດໄພ.

A picture from a school in Laos

ຂ່າວຫຼ້າສຸດຈາກ ລີອອດ ສາມາດອ່ານໄດ້ທີ່ນີ້

 

ຈົດທະບຽນ ການກຸສົນເລກທີ: 1115944
ສະຫງວນລິຂະສິດ: ກອງທຶນໂອກາດທາງການສຶກສາແກ່ຊາວໜ